These articles are very useful for you to study lao culture and tradition.
ຄວາມເປັນມາຂອງບຸນເຂົ້າພັນສາ
ໂດຍ : ແດງສະຫວັດ
ແສນພານິດ.
ເປັນທີ່ຮູ້ຈັກກັນດີແລ້ວວ່າ : ປະເພນີບຸນເຂົ້າພັນສາ ຫຼື
ຮຽກອີກຊື່ໜຶ່ງວ່າ : ບຸນເຂົ້າວັດສາເຊິ່ງທັງສອງຊື່ນີ້ ແມ່ນມີຄວາມໝາຍຄືກັນ
ປະເພນີດັ່ງກ່າວນີ້ ໄດ້ຮັບການສືບທອດ ມາແຕ່ສະໄໝພຸດທະການ ເຊິ່ງການເຂົ້າພັນສາ ຫຼື ເຂົ້າວັດສານີ້
ແມ່ນເປັນຄໍາຮ້ອງຂໍຂອງຊາວກະສິກອນໃນສະໄໝພຸດທະການ ທີ່ຕ້ອງການໃຫ້ພຣະສົງສາວົກ ຂອງສົມເດັດພຣະສັມມາສັມພຸດທະເຈົ້າຢຸດທຽວສັນຈອນໄປມາໃນຊ່ວງລະດູຝົນ
ເນື່ອງຈາກເປັນລະດູທໍາການຜະລິດຂອງຊາວກະສິກອນ ເຮັດໃຫ້ເຄື່ອງປູກ ແລະໄຮ່ນາຕາກ້າເກີດຄວາມເສຍຫາຍ.
ເມື່ອພຣະສໍາມາສໍາພຸດທະເຈົ້າຊົງຮັບຮູ້ດັ່ງນັ້ນແລ້ວ ພຣະອົງຈິ່ງໄດ້ວາງຂໍ້ບັນຢັດອອກມາວ່າ
: ຫ້າມບໍ່ໃຫ້ພຣະສົງສາວົກທຽວສັນຈອນໄປມາໃນຊ່ວງລະດູຝົນ ໂດຍການໃຫ້ພຣະສົງສາວົກຢູ່ຈໍາພັນສາເພື່ອບໍາເພັນພຽນຈະເລີນເມດຕາພາວະນາຢູ່ຕາມອາວາດ
ຫຼື ວັດວາອາຮາມຂອງໃຜລາວໃຫ້ຄົບໄຕຣມາດ (3 ເດືອນ) ຄືນັບແຕ່ ມື້ຂຶ້ນ 15 ຄໍ່າ ເດືອນ 08 ຈົນເຖິງມື້ຂື້ນ 15 ຄໍ່າ ເດືອນ 11 ເພັງ ເຊິ່ງເປັນມື້ອອກພັນສາ
ຫຼື ອອກວັດສາ ຖືເປັນອັນວ່າຄົບບໍລິບູນ. ໃນໄລຍະຊ່ວງຢູ່ຈໍາພັນສານີ້ ແມ່ນຫ້າມພຣະສົງເຄື່ອນຍ້າຍສັນຈອນໄປມາ
ຫຼື ພັກແຮມຄ້າງຄືນຢູ່ວັດອື່ນໃນຍາມວິການ ເວັ້ນເສຍແຕ່ກໍລະນີຈໍາເປັນເຊັ່ນ : ການໄປຢ້ຽມພໍ່ແມ່
ຫຼື ບຸພະກາລີໃນເວລາເຈັບໄຂ້ເປັນຕົ້ນ. ແຕ່ບໍ່ໃຫ້ກາຍ 7 ວັນ
ຖ້າຫາກພຣະສົງອົງໃດຢູ່ຈໍາພັນສາບໍ່ຄົບໄຕຣມາດ ຖືວ່າພຣະສົງອົງນັ້ນພັນສາຂາດ
ຫຼືເວົ້າອີກຢ່າງໜຶ່ງວ່າ : ພຣະສົງອົງນັ້ນຈະບໍ່ມີພັນສາເລີຍໃນປີນັ້ນ.
ນັບແຕ່ນັ້ນເປັນຕົ້ນມາປະເພນີບຸນເຂົ້າພັນສາ ຫຼື ບຸນເຂົ້າວັດສາກໍໄດ້ຮັບການສືບທອດກັນມາຈົນເຖິງປະຈຸບັນ.
ພ້ອມກັນນັ້ນກໍເປັນວັນອາສາຫະບູຊາ ຫຼື ເປັນວັນທີ່ອົງສົມເດັດພຣະສັມມາສັມພຸດທະເຈົ້າໄດ້ຄົ້ນພົບຫົນທາງແຫ່ງການຕັດສະຮູ້ກໍຄືອະຣິຍະສັດ
4
ຫຼື ສັດຈະທໍາຄວາມຈິງອັນປະເສີດ 4 ປະການ ຄື : ທຸກຂ໌, ນິໂຣດ, ສະມຸໄທ ແລະມັຄຄ໌ ພ້ອມນັ້ນພຣະອົງຍັງໄດ້ຊົງສະແດງປະຖົມມະເທດສະໜາຄັ້ງທໍາອິດ ເພື່ອໂຜດແກ່ປັນຈະວັກຄີທັງ
5
ຄື : ໂກນທັນຍະ, ວັບປະ, ພັດທິຍະ, ມາຫານາມະ ແລະ ອັດຊະສິ ໂດຍກັນເທດສະໜາມີຊື່ວ່າ : ທັມມະຈັກກັບປະວະຕະນະສູດ.
......................................................................................................................................
......................................................................................................................................
ຄວາມເປັນມາຂອງບຸນຫໍ່ເຂົ້າປະດັບດິນ
ໂດຍ :
ແດງສະຫວັດ ແສນພານິດ.
ບຸນຫໍ່ເຂົ້າປະດັບດິນເປັນປະເພນີງານບຸນທີ່ໄດ້ຮັບການສືບທອດມາໄດ້ຫຼາຍເຊັນຄົນ ແລະ
ຍັງຄົງຮັກສາໄວ້ເຊິ່ງວັດທະນະທໍາອັນດີງາມຂອງຊາດລາວ ກໍຄືຊາວພຸດທົ່ວໄປ ງານບຸນດັ່ງກ່າວແມ່ນໄດ້ຈັດໃຫ້ມີຂຶ້ນເປັນປະຈໍາໃນຊ່ວງເດືອນ
9 ຂອງທຸກໆປີ. ບຸນຫໍ່ເຂົ້າປະດັບດິນຖືກຈັດຂຶ້ນເນື່ອງໃນສອງໂອກາດຄື : ການທໍາບຸນໃສ່ບາດ
ຖວາຍປັດໃຈໄຊຍະທານ ເພື່ອອຸທິດສ່ວນບຸນສ່ວນກຸສົນໄປຫາດວງວິນຍານຂອງບຸພະກາລີເຊັ່ນ : ບິດາ, ມານດາ, ຄູອຸປະຊາອາຈານ, ຍາດມິດສະຫາຍ ຕະຫຼອດເຖິງຜູ້ມີຄຸນງາມຄວາມດີຄົນ ອື່ນໆ ແລະ ການທໍາບຸນເພື່ອລະນຶກເຖິງບຸນຄຸນຂອງຜືນແຜ່ນດິນທີ່ໄດ້ໃຫ້ມວນມະນຸດໄດ້ດໍາລົງຊີວິດຢູ່
ເປັນຕົ້ນແມ່ນການກະເສດທີ່ອາໄສດິນເປັນແຫຼ່ງຜະລິດສະບຽງອາຫານ.
ບຸນຫໍ່ເຂົ້າປະດັບດິນຕາມຕໍານານໄດ້ກ່າວໄວ້ວ່າ :
ໃນສະໄໝໜຶ່ງຄັ້ງພຣະພຸດທະການ ຍັງມີບຸຣຸດຜູ້ທຸກຍາກເຂັນໃຈໄຮ້ຍາດພີ່ນ້ອງ ອາໄສຊາວບ້ານລ້ຽງຊີວິດພໍເປັນໄປ
ໃນວັນໜຶ່ງມີສັດທາເຫຼືອມໄສໃນບໍວອນພຸດທະສາສະໜາ ປາດຖະໜາທີ່ຈະໃຫ້ທານຢູ່ເປັນເນືອງນິດແຕ່ບໍ່ມີວັດຖຸທານອັນປານີດພໍທີ່ຈະມາໃຫ້ທານໄດ້
ຢູ່ມາວັນໜຶ່ງ ເປັນວັນທີ່ຊາວບ້ານເຮັດບຸນໝູ່ປະຊາຊົນຕຽມເຄື່ອງໄຊຍະທານຕ່າງໆ ມີເຂົ້ານ້ຳໂພຊະນາອາຫານ
ຫວານຄາວເປັນຕົ້ນ ນໍາໄປສູ່ວັດວາອາຮາມຢ່າງຫຼວງຫຼາຍ ທຸກໆຄົນມີໜ້າຕາອັນເບີກບານ ແລະ
ມີຄວາມປິຕິຍິນດີໃນທານຂອງຕົນ. ຝ່າຍບຸຣຸດຜູ້ເຂັນໃຈໄດ້ອອກມາຈາກຕູບນ້ອຍ
ຫຼຽວແລເບິ່ງປະຊາຊົນເຂົາມາທໍາບຸນໃຫ້ທານດ້ວຍຄວາມດີອົກດີໃຈຈົນຢາດອັດສຸຊົນ (ນ້ຳຕາ) ໄຫຼອາບໜ້າໂດຍບໍ່ຮູ້ສຶກຕົວ
ຍ້ອນຄວາມນ້ອຍເນື້ອຕໍ່າໃຈໃນວາດສະໜາອັນອາພັບຂອງຕົນ ດ້ວຍຄວາມປາດຖະໜາຢາກທໍາບຸນ ມາກະທົບເຂົ້າໃນດວງຫະໄທ
(ດວງໃຈ) ໃນເມື່ອຄວາມໂສກກໍາລັງເຂົ້າມາທັບຖົມດວງໃຈ ເໝືອນດັ່ງຈະແຕກຢູ່ນັ້ນດວງຈັກສຸຄື
(ດວງຕາ) ຂອງຊາຍທຸກຍາກເຂັນໃຈຄົນນັ້ນ ໄດ້ທັດສະນາການ ຫຼຽວເຫັນພິກຂຸຮູບໜຶ່ງກໍາລັງທຽວໂຄຈອນບິນທະບາດ
ມາຢືນຢູ່ສະເພາະຕໍ່ໜ້າເຮືອນຂອງຊາຍທຸກຍາກເຂັນໃຈຄົນນັ້ນ ເກີດມີສັດທາອັນແຮງກ້າອາດຫານ ເປັນມະຫາກຸສົນ
ເຈຕະນາມີຄວາມປິຕິຍິນດີເກີດຂຶ້ນ ຫາຍຈາກຄວາມໂທມະນັດຄັບແຄ້ນໃຈ ນຶກເຫັນເຂົ້າກ້ອນໜຶ່ງປະມານທໍ່ໜ່ວຍໝາກຕູມທີ່ຕົນຫາມາໄດ້ຮີບເອົາມາໃສ່ລົງໃນບາດ
ຂອງພຣະຜູ້ເປັນເຈົ້າແລ້ວອຸທິດສ່ວນບຸນກຸສົນທີ່ຕົນໄດ້ກະທໍາແລ້ວນັ້ນ ໄປເຖິງຊັບພະສັດທັງຫຼາຍມີບິດາ, ມານດາ ,ຍາດພີ່ນ້ອງ ແລະຄູອຸປະຊາອາຈານເປັນຕົ້ນ ດ້ວຍຄວາມດີອົກດີໃຈໃນບຸນກຸສົນທີ່ຕົນໄດ້ໃຫ້ທານແລ້ວນັ້ນ.
ສ່ວນເປຕະຊົນ
(ເປດ) ຜູ້ເປັນຍາດພີ່ນ້ອງຂອງຊາຍທຸກຍາກເຂັນໃຈທີ່ ສະເຫວີຍຜົນກໍາໃນນະຣົກພະຍາຍົມບິບານ
ໄດ້ປ່ອຍສັດນະຣົກໃຫ້ພົ້ນຈາກການທໍລະມານ ໃຫ້ຂຶ້ນໄປທ່ຽວຫາອາຫານພໍດີ ມາປະຈວບພົບກັບການເຮັດບຸນ
ຂອງຊາຍທຸກຍາກເຂັນໃຈຄົນນັ້ນຜູ້ເຊິ່ງເປັນຍາດຂອງຕົນ ໄດ້ອຸທິດໄປເຖິງໄດ້ພາກັນອະນຸໂມທະນາສາທຸການແລ້ວ
ອວຍພອນຂໍໃຫ້ຍາດຂອງຕົນໄດ້ປະສົບຄວາມສຸກ ມີອາຍຸ ວັນນະ ສຸຂະ ພະລະ ທຸກທິພາລາຕີການ.
ຝ່າຍພະຍາຍົມບິບານ ເມື່ອໄດ້ຮູ້ຂ່າວວ່າ : ສັດນະຣົກເຫຼົ່ານັ້ນມີສ່ວນບຸນ ອັນໄດ້ກະທໍາແລ້ວເພາະການຮັບອະນຸໂມທະນາທານທີ່ຍາດມິດ
ໄດ້ອຸທິດໄປເຖິງຈິ່ງໄດ້ປ່ອຍ ໃຫ້ພົ້ນຈາກເຄື່ອງທັນດະກໍາ ( ພົ້ນຈາກການທໍລະມານ )
ຄັນເປດເຫຼົ່ານັ້ນ ໄດ້ພົ້ນຈາກກໍາ ໃນນະຣົກແລ້ວກໍໄດ້ນໍາຕົນໄປຖືເອົາປະຕິສົນທິເກີດໃນເທວະສະຖານວິມານ
ດ້ວຍອໍານາດບຸບພະວາດສະໜາປາລະມີ ແລະ ຜົນທານທີ່ບຸຣຸດເຂັນໃຈສົ່ງໄປເຖິງ ນັ້ນ.
ສ່ວນບຸຣຸດຜູ້ເຂັນໃຈຄົນນັ້ນຕັ້ງແຕ່ວັນໃຫ້ທານເປັນຕົ້ນມາ ກໍ່ມີຄວາມຍິນດີໃນບຸນກຸສົນທີ່ຕົນໄດ້ກະທໍາຢູ່ສະເໝີ
ການສະແຫວງຫາລ້ຽງຊີວິດຄິດຫາຊັບກໍຄ້ອງແຄ້ວ ບໍ່ຂັດສົນນໍາຕົນໃຫ້ປະສົບກັບຄວາມຮຸ່ງເຮືອງ ເປັນລໍາດັບ
ເຖິງກັບມີຊັບສົມບັດທໍາມາຄ້າຂາຍໂດຍສະດວກສະບາຍ ສ່ວນບຸນກຸສົນກໍເຮັດເພີ່ມທະວີຂຶ້ນເປັນລໍາດັບ
ມີການໃຫ້ທານ,
ຮັກສາສິນ ແລະ ຈະເລີນເມດຕາພາວະນາເປັນຕົ້ນ.
ເມື່ອບຸຣຸດເຂັນໃຈຄົນນັ້ນໄດ້ຕາຍໄປແລ້ວ ກໍໄດ້ໄປບັງເກີດເທິງສະຫວັນເປັນເທພະບຸດມີມະເຫສັກໃຫຍ່, ມີນາງຟ້າອັບປະສອນກັນລະຍາ ມາແວດລ້ອມເປັນຍົດສັກບໍລິວານບໍ່ອາດຄະນານັບໄດ້.
ນັບແຕ່ນັ້ນເປັນຕົ້ນມາ ປະເພນີການເຮັດບຸນຫໍ່ເຂົ້າປະດັບດິນ ກໍໄດ້ສືບທອດ
ກັນມາຈົນເຖິງສະໄໝປະຈຸບັນນີ້.