ຄໍາວ່າ " ຄູ " ແມ່ນຜັນສຽງຈາກພາສາບາລີວ່າ : “ ຄຣຸ “ ເຊິ່ງໝາຍເຖິງຜູ້ທີ່ມີຄວາມຮູ້ ຫຼື ຜູ້ທີ່ສາມາດຖ່າຍທອດຄວາມຮູ້ໃຫ້ແກ່ຜູ້ອື່ນ ໄດ້ບໍ່ວ່າທາງ ພາກທິດ ສະດີ ແລະ ພາກປະຕິບັດຕົວຈິງ .
ໃນອາ ດີດລະບົບການສຶກສາຢູລາວແມ່ນຍັງບໍ່ທັນຂະຫຍາຍຕົວ ເຊິ່ງໄດ້ອາໄສວັດວາອາຮາມເປັນບ່ອນສຶກສາຄົ້ນຄ້ວາ ຮໍ່າ ຮຽນສ່ວນວິຊາທີ່ນໍາ ມາສິດສອນກັນໃນເວລານັ້ນແມ່ນວິຊາອັກສອນທໍາ , ທໍາມະວິໄນ , ໂຫລາສາດ , ຄໍານວນ ແລະ ວິຊາຊ່າງສິນ ( ແຕ້ມຮູບ , ຄວັດລາຍ , ແກະສະລັກ ເປັນຕົ້ນ ) ໂດຍບາງຄອບ ຄົວ ກໍ່ໄດ້ສົ່ງ ລູກຫຼານຂອງຕົນເຂົ້າບວດເພື່ອສຶກສາຮໍ່າຮຽນ , ບາງຄົນກໍ່ເປັນສັງກະລີວັດເພື່ອອາໄສຮໍ່າຮຽນນໍາພຣະສົງດ້ວຍ ການບັນທຶກ ຫຼື ຈົດກ່າຍໃສ່ໃບລານ ຫຼື ດ້ວຍລະບົບການ ທ່ອງຈໍາເອົາ . ການສຶກສາຂອງຄົນລາວໃນເມື່ອກ່ອນ ເກີດຂຶ້ນຍ້ອນໄດ້ຮັບອິດທິພົນທາງພຸດທະສາສະໜາຄືໃນລະຫວ່າງປີ ຄ.ສ 1353 ພະເຈົ້າຟ້າງຸ່ມມະຫາລາດຜູ້ ທ້ອນໂຮມຜືນ ແຜ່ນດິນລາວໃຫ້ເປັນປຶກແຜ່ນແຫ່ງລາຊວົງລ້ານຊ້າງໄດ້ມີສາຍພະເນດ ( ສາຍຕາ ) ອັນກ້ວາງ ໄກໄດ້ນໍາເອົາພຣະ ພຸດ ທະສາສະໜານິກາຍເຖລະວາດພ້ອມດ້ວຍພະສົງ , ພຣະ ໄຕຣ ປີດົກ , ພຣະບາງ , ນັກ ປາດອາຈານສາຂາວິຊາຕ່າງໆຕະຫຼອດເຖິງເສນາອາມາດ ແລະ ໄຜ່ພົນເພື່ອພັດທະ ນາອານາຈັກຂອງພຣະອົງຕໍ່ ຈາກນັ້ນມາການສຶກສາຕະ ຫຼອດສີ ໄມ້ລາຍມືຂອງລາວໄດ້ມີການຂະຍາຍຕົວມາເປັນລໍາດັບ , ດ້ານວັດທະນະທໍາ ແລະ ຮີດຄອງປະເພນີກໍ່ມີ ຄວາມຈະເລີນຮຸ່ງເຮືອງເຊັ່ນດຽວກັນ . ດ້ານພາສາເວົ້າ ແລະ ພາສາຂຽນກໍ່ ໄດ້ມີການ ຂະຫຍາຍຕົວຄືດັ່ງທີ່ພວກເຮົາເຈົ້າຂ້ອຍເຫັນນໍາກັນຢູ່ໃນປະຈຸບັນສໍາລັບພາສາເວົ້າ ແລະ ພາສາຂຽນມັກຈະມີ ພາສາບາລີ - ສັນສະກຣິດມາແຊກເຂົ້ານໍາ .

ຕໍ່ມາເຖິງໄລຍະການຕໍ່ສູ້ກູ້ຊາດຕ້ານຈັກກະພັດຝຣັ່ງ ແລະ ອາເມລິກາການສຶກສາຂອງພຣະສົງແມ່ນມີບົດບາດສໍາ ຄັນຕໍ່ຮາກຖານການສຶກສາຂອງລາວໂດຍສະເພາະກໍ່ແມ່ນຂະບວນການຮຽນ - ການສອນຂອງພຣະສົງສັມມະເນນໂດຍໄດ້ເນັ້ນໃຫ້ມີແນວຄິດຮັກຊາດ , ຮັກບ້ານເກີດເມືອງນອນ , ຮັກຜືນແຜ່ນດິນອັນແສນຮັກຂອງຕົນເອງຍ້ອນອິດທິພົນ ດ້ານການສຶກສາຂອງພຣະສົງລາວທີ່ມີຕໍ່ວຽກງານການສຶກສາ ສະນັ້ນຝຣັ່ງຈິ່ງໄດ້ມີນະໂຍບາຍໃຫ້ສ້າງໂຮງຮຽນສ້າງຄູສໍາ ລັບພຣະສົງຂຶ້ນ ເຊິ່ງໃນນັ້ນ ແມ່ນມີນາຍຄູຄໍາເຊິ່ງ ເປັນຜູ້ ທີ່ໄດ້ອຸທິດຕົນທັງດ້ານເຫື່ອແຮງ , ສະຕິປັນຍາເພື່ອປະກອບສ່ວນ ເຂົ້າໃສ່ວຽກງານການຮຽນ - ການສອນເຮັດໃຫ້ຂົງເຂດການສຶກສາ ໄດ້ມີການ ຂະຫຍາຍຕົວເປັນລໍາດັບມາ .