ຄວາມເປັນມາຂອງບຸນເຂົ້າພັນສາ
ໂດຍ : ແດງສະຫວັດ ແສນພານິດ.
ເປັນທີ່ຮູ້ຈັກກັນດີແລ້ວວ່າ : ປະເພນີບຸນເຂົ້າພັນສາ ຫຼື ຮຽກອີກຊື່ໜຶ່ງວ່າ : ບຸນເຂົ້າວັດສາເຊິ່ງທັງສອງຊື່ນີ້ແມ່ນມີ ຄວາມໝາຍຄືກັນ ປະເພນີດັ່ງກ່າວນີ້ໄດ້ຮັບ ການສືບ ທອດມາແຕ່ສະໄໝພຸດທະການ ເຊິ່ງການເຂົ້າພັນສາ ຫຼື ເຂົ້າວັດສາ ນີ້ແມ່ນເປັນຄໍາຮ້ອງຂໍຂອງຊາວກະສິກອນໃນສະໄໝ ພຸດທະການທີ່ຕ້ອງການໃຫ້ພຣະສົງສາວົກຂອງ ພຣະສໍາມາສໍາພຸດ ທະເຈົ້າຢຸດທຽວສັນຈອນໄປມາໃນຊ່ວງລະດູຝົນເນື່ອງຈາກເປັນລະດູທໍາການຜະລິດຂອງຊາວກະສິກອນເຮັດໃຫ້ເຄື່ອງປູກ ແລະ ໄຮ່ນາຕາກ້າເກີດ ຄວາມເສຍຫາຍ . ເມື່ອພຣະສໍາມາສໍາພຸດທະເຈົ້າຊົງຮັບຮູ້ດັ່ງນັ້ນແລ້ວ ພຣະອົງຈິ່ງໄດ້ວາງ ຂໍ້ບັນຢັດອອກມາວ່າ : ຫ້າມບໍ່ໃຫ້ພຣະສົງສາວົກທຽວສັນຈອນໄປມາໃນຊ່ວງ ລະດູຝົນໂດຍການໃຫ້ພຣະສົງສາວົກຢູ່ ຈໍາພັນສາເພື່ອບໍາເພັນພຽນຈະເລີນເມດຕາພາວະນາຢູ່ຕາມອາວາດ ຫຼື ວັດວາຂອງໃຜລາວໃຫ້ຄົບໄຕຣມາດ ( 3 ເດືອນ ) ຄືນັບແຕ່ ມື້ຂຶ້ນ 15 ຄໍ່າ ເດືອນ 08 ຈົນເຖິງມື້ຂື້ນ 15 ຄໍ່າ ເດືອນ 11 ເພັງ ເຊິ່ງເປັນມື້ອອກພັນສາ ຫຼື ອອກວັດສາຖືເປັນ ອັນວ່າຄົບບໍລິບູນ . ໃນໄລຍະຊ່ວງຢູ່ຈໍາພັນສານີ້ແມ່ນຫ້າມພຣະສົງເຄື່ອນຍ້າຍສັນຈອນໄປມາ ຫຼື ພັກແຮມຄ້າງຄືນຢູ່ ວັດອື່ນໃນຍາມວິການເວັ້ນເສຍແຕ່ກໍລະນີຈໍາເປັນເຊັ່ນ : ການໄປຢ້ຽມພໍ່ແມ່ ຫຼື ບຸພະກາລີໃນເວລາເຈັບໄຂ້ເປັນຕົ້ນ . ແຕ່ບໍ່ໃຫ້ກາຍ 07 ວັນ ຖ້າຫາກພຣະສົງອົງໃດຢູ່ຈໍາພັນສາບໍ່ຄົບໄຕຣມາດ ຖືວ່າພຣະສົງອົງນັ້ນພັນສາຂາດ ຫຼື ເວົ້າອີກ ຢ່າງໜຶ່ງວ່າ : ພຣະສົງອົງນັ້ນຈະບໍ່ມີພັນສາເລີຍໃນປີນັ້ນ . ນັບແຕ່ນັ້ນເປັນຕົ້ນມາປະເພນີບຸນເຂົ້າພັນສາ ຫຼື ບຸນເຂົ້າວັດ ສາກໍ່ໄດ້ຮັບການສືບທອດກັນມາຈົນເຖິງປະຈຸບັນ . ພ້ອມກັນນັ້ນ ກໍ່ ເປັນວັນອາສາຫະບູຊາ ຫຼື ເປັນວັນທີ່ອົງສໍາເດັດ ພຣະສໍາມາສໍາພຸດທະເຈົ້າໄດ້ຄົ້ນພົບຫົນທາງແຫ່ງການຕັດສະຮູ້ກໍ່ຄືອະຣິຍະສັດ 04 ຫຼື ສັດຈະທໍາຄວາມຈິງ 04 ຢ່າງ ຄື : ທຸກຂະ,ນິໂຣດ , ສະມຸໄທ ແລະ ມັກພ້ອມນັ້ນພຣະອົງຍັງໄດ້ຊົງສະແດງປະຖົມມະເທດສະໜາຄັ້ງທໍາອິດເພື່ອ ໂພດແກ່ປັນຈະວັກຄີທັງ 05 ຄື : ໂກນທັນຍະ , ວັບປະ , ພັດທິຍະ , ມາຫານາມະ ແລະ ອັດສະສິ ໂດຍກັນເທດ ສະໜາມີຊື່ວ່າ : ທັມມະຈັກກັບປະວະຕະນະສູດ .